ວຽງຈັນໃໝ່


ນະຄອນຫລວງວຽງຈັນ ເປັນເມືອງເອກຂອງ ສປປ.ລາວ ມີເນື້ອທີ່ທັງໝົດ 3.920 km2 ກວມ 1,7% ຂອງເນື້ອທີ່ທົ່ວປະເທດ ເປັນທີ່ຕັ້ງຍຸດທະສາດທີ່ສຳຄັນ ທາງດ້ານການເມືອງ ການປົກຄອງແຫ່ງຊາດ ເປັນສູນກາງທາງດ້ານວັດທະນະທຳ ເສດຖະກິດ-ສັງຄົມຂອງຊາດ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍໃນວັນທີ 2/12/1975 ນະຄອນຫລວງວຽງຈັນ ໄດ້ຕັ້ງໜ້າພັດທະນາຮອບດ້ານ ຊຶ່ງສະແດງອອກທີ່ຮວມຍອດຜະລິດຕະພັນພາຍໃນ(GDP)ຈາກ 6,03 ຕື້ກີບ ໃນປີ 1975 ມາເປັນ 18.956,27 ຕື້ກີບໃນສົກປີ 2010-2011 ຮວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໃນສົກປີ 2010-2011 ເທົ່າກັບ
2.340 ໂດລາສະຫະລັດ/ຄົນ/ປີ.
ຂະແໜງການຄ້າ: ໄດ້ເປີດກ້ວາງການຮ່ວມມື ທາງດ້ານເສດຖະກິດການຄ້າ ການລົງທຶນ ກັບບັນດາປະເທດໃນພາກພື້ນ ໄດ້ປັບປຸງຕະຫລາດແຫ່ງຕ່າງໆ ໃຫ້ມີຄວາມທັນສະໄໝ ປັດຈຸບັນ ນະຄອນຫລວງວຽງຈັນມີຕະຫລາດທັງໝົດ 83 ແຫ່ງ ໃນນັ້ນຕະຫລາດໃຫຍ່ 9 ແຫ່ງ ຕະຫລາດຂະໜາດກາງ 17 ແຫ່ງ ແລະ ຕະຫລາດຂະໜາດນ້ອຍ 57 ແຫ່ງໃນສົກປີ 2005-2011 ສາມາດສົ່ງສິນຄ້າອອກໄດ້ທັງໝົດ
649.502.294 ໂດລາສະຫະລັດ

ຂະແໜງທ່ອງທ່ຽວ:ໄດ້ປັບປຸງບູລະນະ ພັດທະນາແຫລ່ງທ່ອງທ່ຽວທຳມະຊາດແຫລ່ງທ່ອງທ່ຽວັດທະນະທຳ ປະຫວັດສາດ ປູຊະນີຍະສະຖານ ປັບປຸງຍົກລະດັບບັນດາໂຮງແຮມ ເຮືອນພັກ ຮ້ານອາຫານ ຊຶ່ງໃນປັດຈຸບັນທົ່ວນະຄອນຫລວງວຽງຈັນ ມີໂຮງແຮມ 143 ແຫ່ງ ເຮືອນພັກ 184 ແຫ່ງຮ້ານອາຫານ 70 ແຫ່ງ ມີມູນຄ່າການລົງທຶນໃນຂະແໜງທ່ອງທ່ຽວ 2.468,66 ຕື້ກີບ ມີນັກທ່ອງທ່ຽວເຂົ້າມາທ່ຽວ ນະຄອນຫລວງວຽງຈັນ 4.084.866 ເທື່ອຄົນ ແລະ ສາມາດສ້າງລາຍຮັບໄດ້ທັງໝົດ 366.438.863 ໂດລາສະຫະລັດ.

ຂະແໜງຄົມມະນາຄົມ:ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ນັບທັງທາງບົກທາງນໍ້າ ແລະ ທາງອາກາດ ໂດຍສະເພາະ ຕານ່າງຄົມມະນາຄົມທາງບົກໄດ້ຮັບການພັດທະນາຢ່າງວ່ອງໄວ ເສັ້ນທາງສາຍຕ່າງໆໄດ້ເຊື່ອມຈອດກັນລະຫວ່າງ ເມືອງຕໍ່ເມືອງ ບ້ານຕໍ່ບ້ານ ເຮັດໃຫ້ການໄປມາຫາສູ່ກັນມີຄວາມສະດວກສະບາຍ ຕົວເມືອງໄດ້ຮັບການພັດທະນາ ເຮັດໃຫ້ໂສມໜ້ານະຄອນຫລວງ ມີໃບໜ້າໃບຕາອັນໃໝ່.

ຄຽງຄູ່ກັບການພັດທະນາຢ່າງວ່ອງໄວຂອງຕົວເມືອງ ກໍມີຫລາຍຫາງສຽງຂອງສັງຄົມເປັນຫ່ວງວ່າ: ການພັດທະນາຈະພາຄົນຫລົງທາງຫຼືບໍ່?ລະຫວ່າງວັດຖຸກັບຈິດໃຈ ລະຫວ່າງຄວາມສຸກຂອງຄົນກັບຄ່ານິຍົມ
ອັນໃດຈະສຳຄັນກ່ວາກັນ ການພັດທະນາ ອາດເຮັດໃຫ້ວິຖີຊີວິດອັນສະຫງົບສຸກ ແລະ ລຽບງ່າຍຂອງຄົນ ຖືກປ່ຽນແທນດ້ວຍວັດຖຸນິຍົມ ແລະ ຄ່າຄອງຊີບທີ່ສູງຂຶ້ນ ຊີວິດວັດທະນະທຳ ອັນດີງາມ
ຄວາມມີນໍ້າໃຈໂອບອ້ອມອາລີຂອງຄົນໃນສັງຄົມ ທີ່ເປັນເອກະລັກອັນໂດດເດັ່ນ ອາດຖືກຈືດຈາງລົງ ແລະ ອາດຈະຫລົງໄຫລກັບວັດທະນະທຳ ຊອດກະຈາຫລາຍຂຶ້ນ. ນອກນີ້ ຜົນຂອງການພັດທະນາຢ່າງໄວວາກໍເປັນສາເຫດໜຶ່ງ ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ໃນສັງຄົມເພີ່ມຂຶ້ນຢ່າງຫລວງຫລາຍເຊັ່ນກັນ
ໂດຍສະເພາະ ປັດຈຸບັນນີ້ ນະຄອນຫລວງວຽງຈັນ ກຳລັງສຸມໃສ່ແກ້ໄຂ 6 ປະກົດການຫຍໍ້ທໍ້ຢ່າງເອົາໃຈໃສ່ເຊັ່ນວ່າ: ບັນຫາປຸ້ນຈີ້ຊິງຊັບ ລັກຊັບພົນລະເມືອງ ບັນຫາຢາເສບຕິດ ບັນຫາການສັນຈອນແອອັດ
ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງຕົວເມືອງ ແລະ ບັນຫາການມົ້ວສຸມໃນຂົງເຂດວັດທະນະທຳ. ແຕ່ດ້ວຍວິໄສທັດ ແລະ ແນວທາງອັນຖືກຕ້ອງຂອງ ການນໍາ ພັກ-ລັດຖະບານ ເພື່ອເຮັດໃຫ້ການພັດທະນາໄປຄຽງຄູ່ກັບການປົກປັກຮັກສາເອກະລັກວັດທະນະທຳຂອງຊາດ ຈິ່ງເຮັດໃຫ້ພວກເຮົາຍັງເຫັນວິຖີຊີວິດ
ອັນຈົບງາມຂອງຊາວນະຄອນຫລວງວຽງຈັນ ຍັງຄົງຢູ່ຢ່າງບໍ່ຈືດຈາງໄປຕາມການເວລາ.

ไม่มีความคิดเห็น:

แสดงความคิดเห็น