ສາທາລະນະສຸກ

  ປັດຈຸບັນ  ການບໍລິການດ້ານ ສາທາລະນະສຸກ ໄດ້ຮັບການປັບປຸງ ແລະ ພັດທະນາທັງດ້ານ ປະລິມານ ແລະ ຄຸນນະພາບ, ການບໍລິການ ໄດ້ຂະຫຍາຍໄປສູ່ທ້ອງຖິ່ນ, ຮາກຖານ; ນະໂຍບາຍປິ່ນປົວເສຍຄ່າ ແລະ ບໍ່ເສຍຄ່າ ໄດ້ຮັບການຈັດຕັ້ງປະຕິບັດດີຂຶ້ນ ເຊິ່ງໄດ້ປະກອບສ່ວນເຮັດໃຫ້ ປະຊາຊົນມີສຸຂະພາບແຂງແຮງ ແລະ ສາມາດ ປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ.

           ທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ຫວ່າງບໍ່ດົນນີ້ວ່າ: ຕະຫລອດໄລຍະຜ່ານມາ ການພັດທະນາ ດ້ານວຽກງານສາທາລະນະສຸກ ເຫັນວ່າຂະຫຍາຍຫລາຍດ້ານ ໂດຍສະເພາະຕາໜ່າງສາທາລະນະສຸກ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງກວ້າງຂວາງ ເຊິ່ງປະຈຸບັນ ທົ່ວປະເທດ ມີສຸກສາລາທັງໝົດ 923 ແຫ່ງ, ໃນນັ້ນ ສຸກສາລາທີ່ສາມາດຊ່ວຍເກີດລູກໄດ້ມີ 859 ແຫ່ງ, ໂຮງໝໍເມືອງມີທັງໝົດ 130 ແຫ່ງ, ໃນນັ້ນ 19 ແຫ່ງ ສາມາດຜ່າຕັດ ສຸກເສີນເອົາລູກອອກໄດ້, 3 ແຫ່ງ ແມ່ນແຂວງລົງຊ່ວຍຜ່າຕັດ, 5 ແຫ່ງບໍ່ສາມາດຜ່າຕັດໄດ້ເທື່ອ ແລະ 103 ແຫ່ງແມ່ນສາມາດແກ້ໄຂສຸກເສີນ ເບື້ອງຕົ້ນໃນການ ຊ່ວຍເອົາລູກອອກ ແລະ ເຊີດຊູເດັກແດງ. ສຳລັບ ໂຮງໝໍແຂວງ ແມ່ນມີພື້ນຖານໂຄງລ່າງ, ອຸປະກອນການແພດ, ບຸກຄະລາກອນທີ່ໄດ້ຮັບການຍົກລະດັບ ສາມາດເຄື່ອນໄຫວ ບໍລິການປິ່ນປົວ ທົ່ວໄປ ໄດ້ຄຸນນະພາບເທົ່າທຽມກັບໂຮງໝໍສູນກາງ.
           ສ່ວນໂຮງໝໍ ຂັ້ນສູນກາງມີ 5 ແຫ່ງ ແລະ ສູນປິ່ນປົວສະເພາະ 3 ແຫ່ງ, ບັນດາໂຮງໝໍ ແລະ ສູນປິ່ນປົວເອກະຊົນ ໄດ້ດຳເນີນການບໍລິການ ເປັນທາງການມີ 13 ແຫ່ງ (ຢູ່ນະຄອນຫລວງ 8 ແຫ່ງ ແລະ ຕ່າງແຂວງ 5 ແຫ່ງ), ນອກນັ້ນ ມີຫ້ອງກວດພະຍາດເອກະຊົນ 1.054 ແຫ່ງ ໃນນັ້ນຢູ່ນະຄອນຫລວງ 360 ແຫ່ງ ແລະ ທ້ອງຖິ່ນ 694 ແຫ່ງ.

           ທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ໃຫ້ຮູ້ຕື່ມອີກວ່າ: ຜ່ານການປັບປຸງ ແລະ ຂະຫຍາຍຕາໜ່າງສາທາລະນະສຸກ ເຫັນໄດ້ວ່າອັດຕາ ການຕາຍຂອງແມ່ໄດ້ມີການຫລຸດລົງ 80% ແຕ່ 1.100/100.000 ເປັນ 220/100.000 ເຊິ່ງໄດ້ບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາ ທີ່ອົງການສະຫະປະຊາຊາດ ກຳນົດໄວ້ໃນປີ 2015 (260/100.000) ສ່ວນອັດຕາການເກີດ ລູກໂດຍມີແພດຊ່ວຍ ແມ່ນຢູ່ລະດັບ 58% ຄາດໝາຍ ປີ 2015 ແມ່ນ 50% ເຫັນວ່າບັນລຸເກີນຄາດໝາຍແລ້ວ. ສຳລັບອັດຕາການ ຕາຍຂອງເດັກລຸ່ມ 1 ປີ ນັບແຕ່ 1990 ເຖິງປັດຈຸບັນ ໄດ້ຫລຸດລົງ 54,2% ຈາກ 110 ຄົນ ຄາດໝາຍປີ 2015 ແມ່ນ 45% ແລະ ອັດຕາການຕາຍຂອງເດັກລຸ່ມ 5 ປີ ໄດ້ຫລຸດລົງ 72,1% ຈາກ 160 ຄົນ ຄາດໝາຍປີ 2015 ແມ່ນ 68%.

ไม่มีความคิดเห็น:

แสดงความคิดเห็น